WE LOVE REAL STORIES: ປະກາດຮັບສະໝັກຜູ້ເຂົ້າຮ່ວມໂຄງການ
ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ປະຈໍານະຄອນຫຼວງວຽງຈັນ ແລະ One Minute Academy ໄດ້ມີການຮ່ວມມືກັນເພື່ອສະໜອງການຝຶກອົບຮົມອອນລາຍແບບສະເພາະທາງ ທີ່ແນໃສ່ການສ້າງຊ່ຽວຊານທີ່ມີຄວາມສາມາດໃນການເລົ່າເລື່ອງຂອງຕົນຜ່ານວິດີໂອໜຶ່ງນາທີ ທີ່ໜ້າດຶງດູດ ແລະ ໃຫ້ແກ່ນສານສາລະ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຈາກນັກວິທະຍາກອນດ້ານສື່ມວນຊົນຂອງ One Minute Academy ແລະ ຈະໄດ້ສ້າງເຄືອຂ່າຍສາຍສໍາພັນຮ່ວມກັບບັນດາໝູ່ເພື່ອນທີ່ເປັນມືອາຊີບຈາກໃນທົ່ວພາກພື້ນ. ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ຜູ້ເຂົ້າຮ່ວມຈະໄດ້ຮັບໃບຢັ້ງຢືນຄວາມສາມາດຈາກ One Minute Academy.

ເຊິ່ງການຝຶກອົບຮົມຈະໄດ້ລົງເລິກສະເພາະເຈາະຈົງໃນບັນດາຄຳຖາມດັ່ງຕໍ່ໄປນີ້.

ດ້ານຫຼັກການທິດສະດີ: ພວກເຮົາຈະສາມາດໃຊ້ຮູບພາບ ແລະ ວີດີໂອເພື່ອດຶງດູດການມີສ່ວນຮ່ວມກັບຜູ້ຊົມແນວໃດ?
ຂັ້ນຕອນກ່ອນເລີ່ມການຜະລິດຖ່າຍທໍາ: ພວກເຮົາຈະກະກຽມ ແລະ ວາງແຜນການຖ່າຍທໍາຜະລິດວິດີໂອໜຶ່ງນາທີແນວໃດ?
ການຜະລິດຖ່າຍທໍາ: ພວກເຮົາຈະໃຊ້ໂທລະສັບສະມາດໂຟນ ຫຼື ກ້ອງຖ່າຍຮູບແບບມືອາຊີບຄືແນວໃດ?
ຂັ້ນຕອນຫຼັງການຖ່າຍທໍາ: ພວກເຮົາຈະຈັດແຈງບັນດາຟາຍຮູບພາບວິດີໂອ ແລະ ແກ້ໄຂຕັດແຕ່ງວິດີໂອເທິງຊອບແວແບບມືອາຊີບໃນມື້ດຽວແນວໃດ?
ເທຣນ-ເດິ-ເທຣນເນີ (ການສ້າງວິທະຍາກອນ): ພວກເຮົາຈະສອນຄົນອື່ນສ້າງວິດີໂອແນວໃດຫຼັງຈາກຈົບຫຼັກສູດນີ້?

ເຂົ້າຊົມ https://www.weloverealstories.com/ ສໍາລັບລາຍລະອຽດເພີ່ມເຕີມ.

ວັນທີ: 5, 6, 12, 13 ທັນວາ (ຕອນບ່າຍ)

ບັນດາຜູ້ສະໝັກ 40 ຄົນ ຈະຖືກຮັບເລືອກ ແລະ ຈັດໃຫ້ເຂົ້າຮ່ວມໜຶ່ງໃນສອງເວີກຊ໋ອບຝຶກອົບຮົມທີ່ຖືກຈັດຂຶ້ນ. ຜູ້ເຂົ້າຮ່ວມຈະຖືກຄັດເລືອກໂດຍອີງໃສ່ຄໍາຕອບທີ່ໄດ້ຮັບຈາກແບບສອບຖາມນີ້. ຍິ່ງໃຫ້ຄຳຕອບທີ່ລະອຽດເທົ່າໃດກໍ່ຍິ່ງຈະມີສິດໄດ້ປຽບຫຼາຍຂື້ນໄປເທົ່ານັ້ນ. ມາຊ່ວຍກັນແຊລິ້ງສໍາລັບເຂົ້າຕອບແບບສອບຖາມນີ້ເລີຍ ຖ້າທ່ານມີເພື່ອນຮ່ວມງານຜູ້ທີ່ອາດຈະສົນໃຈເຂົ້າຮ່ວມ.


ເງື່ອນໄຂການເຂົ້າຮ່ວມ:
     
ການຝຶກອົບຮົມຈະເປີດກວ້າງສຳລັບບັນດານັກຂ່າວ, ຜູ້ປະກອບການ, ນັກເຄື່ອນໄຫວ, ຜູ້ປະກອບອາຊີບດ້ານສື່ມວນຊົນ, ຜູ້ນຳທ້ອງຖິ່ນ ແລະ ຜູ້ອື່ນໆທີ່ເລົ່າເລື່ອງຄວາມເປັນຈິງ ແລະ ເລື່ອງລາວອັນມີຄຸນຄ່າກ່ຽວກັບຊຸມຊົນຂອງຕົນ.
ບັນດາຜູ້ເຂົ້າຮ່ວມຈະຕ້ອງໄດ້ເຂົ້າຮ່ວມວາລະການຝຶກອົບຮົມຕ່າງໆແບບອອນລາຍ (ລວມທັງໝົດ 10–12 ຊົ່ວໂມງ).
ຜູ້ເຂົ້າຮ່ວມຕ້ອງມີຄອມພິວເຕີໂນດບຸກທີ່ມີລະບົບປະຕິບັດການທີ່ທັນສະໄໝ, ໂທລະສັບສະມາດໂຟນ ຫຼື ກ້ອງຖ່າຍຮູບທີ່ມີແບັດເຕີຣີສາກເຕັມ, ສາຍສາກ ແລະ ສາຍຕໍ່ເພື່ອເຊື່ອມຕໍ່ອຸປະກອນເຂົ້າກັບຄອມພິວເຕີ້ ແລະ ຫູຟັງ.
Sign in to Google to save your progress. Learn more
Next
Clear form
Never submit passwords through Google Forms.
This form was created inside of MIMA Management. Report Abuse