ຕໍ່ຕ້ານພຶດຕິກຳການຄຸກຄາມທາງເພດ ຢູ່ໃນສື່ສັງຄົມ!

ການຄຸກຄາມທາງເພດ ບໍ່ວ່າຈະແມ່ນທາງການກະທຳ ຫຼືຄຳເວົ້າຕໍ່ກັບຜູ້ອື່ນທີ່ບໍ່ຕ້ອງການແລະຮູ້ສຶກບໍ່ມັກ ແມ່ນຜິດ ບໍ່ວ່າການກະທຳນັ້ນຈະຕໍ່ເພດໃດ ຫຼືບຸກຄົນໃດກໍ່ຕາມແມ່ນສິ່ງທີ່ຜິດ

ໃນປະຈຸບັນ ມີຜູ້ມີຊື່ສຽງບາງຄົນດຶງດູດຄວາມສົນໃຈຈາກສັງຄົມໂດຍນຳໃຊ້ຄຳເວົ້າທີ່ຢາບຄາຍ ແລະສໍ່ໄປທາງ ດູຖູກ ຢຽດຢາມ ແລະຄຸກຄາມທາງເພດ ຢູ່ໃນພື້ນທີ່ສື່ສັງຄົມ ທີ່ຄົນທຸກເພດທຸກໄວສາມາເຂົ້າເຖິງໄດ້.

ບຸກຄົນເຫຼົ່ານີ້ແມ່ນສວຍໃຊ້ຊື່ສຽງຂອງຕົນເອງ ເພື່ອຫາເງິນຈາກຄວາມສົນໃຈຂອງສັງຄົມ ແຕ່ມັນແມ່ນໃນທາງທີ່ຜິດ. ພວກເຂົາເຈົ້າຫາເງິນຈາກຍອດໄລ້ ຍອດແຊຂອງທ່ານ ເພື່ອຂໍການສະໜັບສະໜຸນຈາກຈາກອົງກອນຫຼືບໍລິສັດທີ່ຕ້ອງການໂຄສະນານຳພວກເຂົາເຈົ້າ. ແຕ່ການຫາເງິນດ້ວຍວິທີນີ້ ມັນເປັນການສົ່ງເສີມ ພຶດຕິກຳການຄຸກຕາມທາງເພດ ໂດຍການເຮັດໃຫ້ເປັນເລື່ອງຕະຫຼົກຊວນຫົວ ແລະອ້າງວ່າ ນີ້ແມ່ນການຢອກຫຼິ້ນຊື່ໆ.

ທຸກຄັ້ງທີ່ມີການຕັກເຕືອນແຕ່ຜູ້ກ່ຽວເອງ ນອກຈາກຈະບໍ່ຮູ້ສຳນຶກແລ້ວຍັງອ້າງອີກວ່າສິ່ງທີ່ເຂົາເຈົ້າເຮັດແມ່ນສິ່ງທີ່ຖືກຕ້ອງແລະສົມຄວນ.

ເພື່ອແກ້ໄຂບັນຫາດັ່ງກ່າວພວກເຮົາຕ້ອງການການຮ່ວມມືຈາກທຸກຝ່າຍ ໂດຍສະເພາະແມ່ນຜູ້ນຳໃຊ້ສື່ສັງຄົມ ແລະຜູ້ໃຫ້ການສະໜັບສະໜູນບຸກຄົນໃດ ຫຼືອົງກອນໃດ ກໍຕາມທີ່ມີພຶດຕິກຳການຄຸກຄາມທາງເພດ ໃຫ້ຢຸດເຊົາໃຫ້ຄວາມສົນໃຈ ແລະການສະໜັບສະໜູນຄົນເຫຼົ່ານີ້ ບໍ່ວ່າທາງໃດກໍຕາມ ເພື່ອບໍ່ໃຫ້ກຸ່ມຄົນເຫຼົ່ານີ້ມີບ່ອນຢືນໃນສັງຄົມອີກຕໍ່ໄປ. ແລະພວກເຮົາຕ້ອງຢຸດເຊົາການສະໜັບສະໜູນອົງກອນ ທີ່ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອກຸ່ມຄົນເຫຼົ່ານີ້ເຊັ່ນກັນ ເພື່ອປະກາດຈຸດຢືນໃນການ ຕໍ່ຕ້ານການຄຸກຄາມທາງເພດ.

ແນ່ນອນວ່າພວກເຮົາບໍ່ສາມາດແກ້ໄຂປັນຫານີ້ໄດ້ພາຍໃນມື້ນີ້ ມື້ອື່ນ ແຕ່ວ່າຖ້າພວກເຮົາບໍ່ເຮັດຫຍັງເລີຍ ປັນຫານີ້ມັນກໍຈະບໍ່ມີທາງ ຫາຍໄປຈາກສັງຄົມລາວເລີຍ ຖ້າພວກເຮົາບໍ່ເລີ່ມຕັ້ງແຕ່ມື້ນີ້!

ມາຊ່ອຍກັນແກ້ໄຂບັນຫານີ້ໃຫ້ໝົດໄປຈາກສັງຄົມລາວກັນເທາະ!


Email *
ຊື່ແທ້ First name *
ນາມສະກຸນ Surname *
ສັນຊາດ Nationality *
ເບີໂທ *
ຄຳຍິນຍອມ Consent
ໂດຍການ ລົງລາຍຊື່ໃນໜັງສືຄຳຮ້ອງສະບັບນີ້ ຂາພະເຈົ້າເຫັນດີ ແລະຍິນຍອມໃຫ້ໃຊ້ ຊື່ຂອງຂ້າພະເຈົ້າ ເພື່ອສົ່ງຫາບັນດາອົງການຈັດຕັ້ງ, ບໍລິສັດ ແລະສື່ຕ່າງໆ       I hereby consent to the utilising of my personal data which will be submitted to organisations, companies and media for the stop sexual harassment campaign purpos.
Submit
Clear form
Never submit passwords through Google Forms.
This content is neither created nor endorsed by Google. Report Abuse - Terms of Service - Privacy Policy